ຄວາມຮູ້ກ່ຽວກັບໄອທີ

ຄວາມຮູ້ກ່ຽວກັບໄອທີ
ໄອທີລາວ

II.ຄວາມໝາຍ ແລະ ປະເພດຂອງເມົາສ໌ ໃນປັດຈຸບັນ.

 1.ຄວາມໝາຍຂອງເມົາສ໌.

ເມົາສ໌ເປັນອຸປະກອນຮັບຂໍ້ມູນທີ່ໃຊ້ໃນການຄວບຄຸມຕົວຊີ້ເທິງຈໍຄອມພິວເຕີ (Pointing device) ເປັນອຸປະກອນສຳຄັນໃນການໃຊ້ງານຄອມພິວເຕີຢ່າງໜຶ່ງ ຊື່ງປັດຈຸບັນຖືກອອກແບບມາໃຫ້ມີຮູບຮ່າງ , ລັກສະນະ , ສີສັນທີ່ແຕກຕ່າງກັນ . ບາງລຸ່ນມີໄຟປະດັບໃຫ້ສວຍງາມ ເພື່ອໃຫ້ເໜາະສົມກັບການໃຊ້ງານໃນແຕ່ລະປະເພດ ແລະ ຄວາມມັກຂອງຜູ້ໃຊ້ເຊັ່ນມີຂະໜາດນ້ອຍ , ມີສ່ວນໂຄ້ງ ແລະ ສ່ວນແບນກັບອຸ້ງມືຂອງຜູ້ໃຊ້ ມີຮູບຮ່າງ , ສີສັນ ທີ່ແປກຕາໄປຈາກລຸ່ນທົ່ວໆໄປ ຫຼື ເປັນຮູບຮ່າງຕົວກາຕູນ ແລະ ລ່າສຸດໄດ້ມີການພັດທະນາ ເມົາສ໌ອາກາດ (Air mouse) ຊື່ງສາມາດໃຊ້ງານເມົາສ໌ໂດຍຈັບຂຶ້ນມາອຽງໄປມາໃນອາກາດ ໂດຍບໍ່ຈຳເປັນຕ້ອງໃຊ້ແຜ່ນຮອງ ກໍ່ສາມາດຄວບຄຸມຕົວຊີ້ໄດ້ເຊັ່ນກັນ . 

2.ປະເພດຂອງເມົາສ໌ທີ່ນິຍົມໃຊ້ໃນປັດຈຸບັນ.
ເມົາສ໌ມີຫຼາຍປະເພດທີ່ແຕກຕ່າງກັນອອກໄປ ທັງດ້ານການໃຊ້ງານ , ປຸ່ມ , ຂະໜາດ ແລະ ຮູບຮ່າງ , ລັກສະນະ . ແຕ່ປັດຈຸບັນເມົາສ໌ທີ່ນິຍົມໃຊ້ໃນປັດຈຸບັນມີ3ຊະນິດດ້ວຍກັນຄື: 

2.1ເມົາສ໌ແບບທາງກົນ ( Mechanical ).
ເປັນເມົາສ໌ທີ່ໃຊ້ລູກກີ້ງກົມ ທີ່ມີນ້ຳໜັກ ແລະ ແຮງສຽດທາານພໍດີ ເມື່ອເລື່ອນເມົາສ໌ ໄປໃນທິດທາງໃດຈະເຮັດໃຫ້ລູກກີ້ງເລື່ອນໄປມາໃນທິດທາງນັນ . ລູກກີ້ງຈະເຮັດໃຫ້ກົນໄກຊື່ງເຮັດໜ້າທີ່ປັດແກນໝູນໃນແກນ x ແລະ ແກນ y ແລ້ວສົ່ງຜົນໄປເລື່ອນຕຳແໜ່ງຕົວຊີ້ເທິງຈໍພາບ. ເມົາສ໌ແບບທາງກົນນີ້ມີໂຄງສ້າງທີ່ອອກແບບໄດ້ງ່າຍ ມີຮູບຮ່າງພໍດີກັບມື ສ່ວນລູກກີ້ງຈະຕ້ອງອອກແບບໃຫ້ກີ້ງໄດ້ງ່າຍ ແລະ ບໍ່ເຖື່ອໄຖ ສາມາດຄວບຄຸມຄວາມໄວໄດ້ຢ່າງຕໍ່ເນື່ອງສຳພັນລະຫວ່າງທາງຢ່າງຂອງເມົາສ໌ ແລະ ຈໍພາບ.

ຮູບທີ 5 ເມົາສ໌ທາງກົນ


2.2ເມົາສ໌ແບບໃຊ້ແສງ ( Optical mouse).
ເປັນ ເມົາສ໌ ຊະນິດໃຊ້ແສງ ຊື່ງປັດຈຸບັນບໍລິສັດຜູ້ຜະລິດ ເມົາສ໌ ຊະນິດນີ້ໄດ້ເພີ່ມໃຫ້ມີຄວາມສວຍງາມຕ່າງກັນອອກໄປ ເຊັ່ນ: ໃສ່ແສງໃຫ້ກັບ wheel ຫຼື ບໍ່ກໍ່ອອກແບບໃຫ້ມີແສງສະຫວ່າງທັງໂຕ ເມົາສ໌ແຕ່ລະໜ້າທີ່ການເຮັດວຽກກໍ່ບໍ່ປ່ຽນແປງຈາກ Ball mouse.

ຮູບທີ 6 ເມົາສ໌ແບບໃຊ້ແສງ


2.3ເມົາສ໌ໄລ້ສາຍ (Wireless Mouse).
ເປັນເມົາສ໌ທີ່ມີການເຮັດວຽກຄືກັບ ເມົາສ໌ ທົ່ວໆໄປພຽງແຕ່ບໍ່ມີການໃຊ້ສາຍໄຟຕໍ່ອອກຈາກມາຈາກໂຕເມົາສ໌ ຊື່ງເມົາສ໌ຊະນິດນີ້ຈະມີໂຕຮັບແລະໂຕສົ່ງສັນຍານຊື່ງທາງດ້ານໂຕຮັບສັນຍານອາດຈະເປັນຫົວຕໍ່ແບບ PS/2 ຫຼື ແບບ USB ທີ່ເອີ້ນວ່າ Thumb receiver ຊື່ງໃຊ້ຄວາມຖີ່ວິທະຍຸທີ່ 27MHz .

ຮູບທີ 7 ເມົາສ໌ແບບໄລ້ສາຍ


3.ກົນໄກພາຍໃນຂອງເມົາສ໌.
ກົນໄກຂອງເມົາສ໌ໃນປັດຈຸບັນແບ່ງໄດ້ 3 ແບບຄື: ແບບ ແບບ Mechanical , Opto-mechanical ແລະ ແບບ Optical . 

3.1ກົນໄກພາຍໃນຂອງເມົາສ໌ແບບ Mechanical.
ກົນໄກພາຍໃນປະກອບດ້ວຍລູກບອນຢາງທີ່ກີ້ງໄປມາໄດ້ເມື່ອເຮັດການເລື່ອນຍ້າຍເມົາສ໌ ລູກບອນຈະກົດແນບກັບລູກກີ້ງໂດຍແກນຂອງລູກກີ້ງຈະຕໍ່ຢູ່ກັບຈານທີ່ເຮັດໜ້າທີ່ເປັນ Encoder ອີກອັນໜື່ງ ເທິງຈານຈະທີໜ້າສຳພັດເປັນຈຸດໆ ຂຶ້ນກັບຄວາມລະອຽດຂອງເມົາສ໌ເມື່ອຈຸດສຳພັດເລື່ອນມາຕົງແກນສຳພັດ (Contact bar) ກໍ່ຈະສ້າງສັນຍານບອກໄປຍັງເຄື່ອງຄອມພິວເຕີ ຊື່ງໂປແກມຄວບຄຸມເມົາສ໌ຈະເຮັດໜ້າທີ່ແປເປັນການເລື່ອນທີ່ຂອງເຄີຮ໌ເຊີຮ໌ອີກເທື່ອໜຶ່ງ.

ຮູບທີ່ 8 ກົນໄກພາຍໃນຂອງເມົາສ໌ແບບ Mechanical


3.2ກົນໄກພາຍໃນຂອງເມົາສ໌ແບບ Opto-mechanical.
ເມົາສ໌ແບບ Opto-mechanical ຈະຄ້າຍຄືກັບແບບທຳອິດ ພຽງແຕ່ໂຕຕວດຮັບການເຄື່ອນທີ່ ຂອງຈານຈະໃຊ້ເປັນ LED ໂດຍເທິງຈານຖືກເຈາະຮູອ້ອມໆຂອບຈານມີ LED ຢູ່ດ້ານໜຶ່ງຂອງຈານຄ່ອຍເຮັດໜ້າທີ່ກຳເນີດແສງ ອີກຟາກໜື່ງຂອງຈານກໍ່ຈະມີ Optotransistor ຊື່ງເຮັດໜ້າທີ່ຕວດຈັບແສງ. 

ຮູບທີ່ 9 ກົນໄກພາຍໃນຂອງເມົາສ໌ແບບ Opto-mechanical


3.3ກົນໄກພາຍໃນຂອງເມົາສ໌ແບບ Optical.
ເມົາສ໌ແບບ Optical ຈະຕ້ອງໃຊ້ປະກອບກັບແຜ່ນຮອງພິເສດຊື່ງມີຜິວມັນສະທ້ອນແສງ ແລະ ຕານາງເສັ້ນແນວນອນ ແລະ ແນວຕັ້ງຕັດກັນ ເອົາໄວ້ສຳຫຼັບຕວດສອບການເຄື່ອນທີ່ ໂດຍເສັ້ນຕົງແຕ່ລະແກນໃຊ້ຕວດທິດທາງການເຄື່ອນ ແກນໜື່ງເປັນສີີນ້ຳເງິນ ອີກແກນໜື່ງເປັນສີດຳ ສ່ວນເທິງໂຕເມົາສ໌ຈະມີ LED 2ໂຕເຮັດໜ້າທີ່ໃຫ້ກຳເນີດແສງອອກມາ LED ດອກທຳອິດໃຫ້ກຳເນີດແສງສີແດງຊື່ງແຖບສີນ້ຳເງິນຈະດູດກືນແສງສີນີ້. ສ່ວນ LED ອີກດອກຈະໃຫ້ກຳເນີດແສງອິນຟາເຣດຊື່ງແຖບສີດຳຈະເປັນໂຕດູດກືນ ໂຕຕວດຮັບແສງເປັນທານຊິດເຕີຮ໌ແສງ ສີທີ່ຕວດຮັບໄດ້ຈະບອກເຖິງທິດທາງ ສ່ວນຊ່ວງຂອງແສງທີ່ຫາຍໄປຈະບອກເຖິງໄລຍະທາງການເຄື່ອນທີ່ . 

ຮູບທີ່ 10 ກົນໄກພາຍໃນຂອງເມົາສ໌ແບບ Optical

*ເມົາສ໌ອີກແບບໜື່ງຊື່ງຈະເວົ້າເສີມອີກເມົາສ໌ໜຶ່ງນັ້ນກໍ່ຄືເມົາສ໌ແບບລໍ່ (Wheel Mouse) ຊື່ງໂຄງສ້າງພາຍໃນຈະເວົ້າເຖິງເມົາສ໌ແບບ Mechanical ໂດຍບໍ່ມີລູກບອນມາສຳພັດກັບລູກກີ້ງທີ່ຕໍ່ເທິງແກນໝຸນອີກເທື່ອແຕ່ລູກກີ້ງຈະຖືກກົດໃຫ້ສຳພັດກັບພື້ນຜິວໂດຍຕົງ.

ຮູບທີ່ 11 ກົນໄກພາຍໃນຂອງເມົາສ໌ແບບ Wheel Mouse

ເມົາສ໌ສ່ວນໃຫ່ຍຈະມີຄວາມລະອຽດໃນການເຄື່ອນທີ່ຢູ່ລະຫວ່າງ 100 ເຖິງ 400 ຈຸດຕໍ່ໜື່ງຕານ່າງນິ້ວ (dpi) ຖ້າເລືອກເມົາສ໌ທີມີຄວາມລະອຽດ 200 dpi ແນ່ນອນໄດ້ເລີຍວ່າເວລາໃຊ້ງານໄລຍະໃນການເຄື່ອນທີ່ເມົາສ໌ຍ່ອມໄວກວ່າເມົາສ໌ທີ່ມີຄວາມລະອຽດ 400 dpi ໃນການເຮັດໃຫ້ເຄີຮ໌ເຊີຮ໌ເທິງຈໍພາບເຄື່ອນທີ່ໃນໄລຍະທາງເທົ່າໆກັນ.
ຜູ້ຜະລິດເມົາຮ໌ສ່ວນໃຫ່ຍຮູ້ດີວ່າບໍລິສັດໄມໂຄຊອບເປັນຜູ້ຄອງຕະຫຼາດເມົາສ໌ຫຼາຍທີ່ສຸດ ດັງນັ້ນເມົາສ໌ສີທີ່ນຳອອກຈຳໜ່າຍແຂ່ງຂັນກັບໄມໂຄຊອບເມົາສ໌ຈຳເປັນຕ້ອງອອກແບບໃຫ້ສາມາດໃຊ້ງານໄດ້ຢ່າງນ້ອຍ 2 ໂໝດຄື ໂໝດຂອງໄມໂຄຊອບເມົາສ໌ ແລະ ໂໝດຂອງຕົນເອງ. ຕາມປົກກະຕິແລ້ວເມື່ອເຮົາຊື້ເມົາສ໌ ຜູ້ຂາຍມັກຈະແຖມຫຼືແຈກຊອບແວມານຳສະເໝີ ນັບວ່າເປັນສີ່ງທີຊ່ວຍໃນການຕັດສິນໃຈໃນການຊື້ເມົາສ໌. 

4.ເມົາສ໌ແບບອື່ນໆ . 
ນອກຈາກເມົາສ໌ແບບປົກກະຕິທີ່ກ່າວມາແລ້ວ ຊື່ງມັກຈະເປັນເມົາສ໌ແບບໃຊ້ດ້ວຍມື ແຕ່ຍັງມີເມົາສ໌ແບບອື່ນໆ ອີກ ໂດຍເຮັດມາສຳຫຼັບຜູ້ທີ່ມັກມີປັນຫາກ້ຽວກັບຂໍ້ມືເມຶ່ອໃຊ້ເມົາສ໌ເປັນເວລາດົນນານ ແລະ ຜູ້ທີ່ໃຊ້ເມົາສ໌ແລ້ວຮູ້ສຶກບໍ່ສະດວກຊື່ງເມົາສ໌ແບບພິເສດນີ້ມີຮູບແບບຕ່າງກັນດັ່ງນີ້:
• ແທກບອລ (Trackball) ໃຊ້ງານໂດຍການເຄື່ອນລູກບອລເທິງແທ່ນ
• ເມົາສ໌ມິນິ (Mini- mouse) ເມົາສ໌ມີຂະໜາດເທົ່າກັບໄຂ່ໄກ່ ຊື່ງອອກແບບມາເພື່ອສະດວກຕໍ່ການພົບພາ ມັກຈະໃຊ້ງານກັບແລປທອປ
• ເມົາສ໌ແຄເມຣາ (Camera mouse) ກ້ອງທີ່ຈະຈັບການເຄື່ອນທີ່ຂອງສະລິລະແລ້ວເລື່ອນເຄີຮ໌ເຊີີຮ໌ເທິງຈໍໄປຕາມ
• ເມົາສ໌ປາມ (Plam mouse) ໃຊ້ຈັບໄວ້ໃນມື ແລະ ສາມາດແລ່ງຄວາມໄວຂອງເມົາສ໌ໄດ້ໂດຍການກົດໃຫ້ງແຮງຂຶ້ນ
• ເມົາສ໌ຟຸດ (Foot mouse) ໃຊ້ຕີນໃນການຄວບຄຸມແທນການໃຊ້ນິ້ວມືກົດ
• ຈອຍເມົາສ໌ (Joy – mouse) ເປັນການຮ່ວມກັນລະຫວ່າງເມົາສ໌ ແລະ ຈອຍສະຕິກ ໂດຍໃຊ້ການໂຍກຈອຍແທນການເລື່ອນເມົາສ໌ Xit. 

5.ການໃຊ້ເມົາສ໌.
ເຈົ້າສາມາດໃຊ້ເມົາສ໌ເພື່ອໂຕ້ຕອບກັບລາຍກາານຕ່າງໆ ເທິງໜ້າຈໍຄືກັບທີ່ເຈົ້າໃຊ້ມືຂອງເຈົ້າໂຕ້ຕອບກັບວັດຖຸໃນຊີວິດຈິງ ເຈົ້າສາມາດຍ້າຍວັດຖຸ ,ເປີດວັດຖຸ ,ປ່ຽນແປງ ,ລົບ ແລະ ອື້ນໆໄດ້ດ້ວຍການຊີ້ ແລະ ຄຼິກດ້ວຍເມົາສ໌ຂອງເຈົ້າ.
* ສ່ວນປະກອບພື້ນຖານ. ໂດຍທົ່ວໄປເມົາສ໌ຈະປະກອບດ້ວຍປຸ່ມສອງປຸ່ມໄດ້ແກ່ ປຸ່ມຫຼັກ(ປົກກະຕິຈະເປັນປຸ່ມຊ້າຍ) ໜື່ງປຸ່ມ ແລະ ປຸ່ມຮອງ(ປົກກະຕິຈະເປັນປຸ່ມຂວາ) ໜຶ່ງປຸ່ມ. ປຸ່ມຫຼັກຄືປຸ່ມທີ່ເຈົ້າຈະໃຊ້ຕະຫຼອດ ເມົາສ໌ສ່ວນໃຫ່ຍຈະມີ ລໍ້ເລື່ອນລະຫວ່າງປຸ່ມທັ້ງສອງເພື່ອຊ່ວຍໃຫ້ເຈົ້າເລື່ອນເບິ່ງເອກະສານ ແລະ ເວັບເພຈ ໄດ້ງ່າຍຍິ່ງຂຶ້ນ ໃນເມົາສ໌ບາງໂຕ ເຈົ້າສາມາດກົດລໍ້ເລື່ອນເພື່ອໃຫ້ເຮັດວຽກຄືເປັນປຸ່ມທີ່ສາມ ເມົາສ໌ທີ່ມີປະສິດທິພາບສູງອາດມີປຸ່ມເພີ່ມເຕີມທີ່ສາມາດເຮັດວຽກອຶ່ນໆໄດ້. 

ຊິ້ນສ່ວນຂອງເມົາສ໌
1.ປຸ່ມຫລັກ 2.ລໍ້ສຳຫລັບເລື່ອນ 3.ປຸ່ມຮອງ
ຮູບທີ່ 12 ດ້ານເທິງຂອງເມົາສ໌

*ການຈັບ ແລະ ການເລື່ອນເມົາສ໌. ວາງເມົາສ໌ໄວ້ດ້ານຂ້າງແປ້ນພິມໂດຍຢູ່ເທິງພຶ້ນຜິວທີ່ສະອາດ ແລະລຽບເຊັ່ນ ແຜ່ນຮອງເມົາສ໌ ຈັບແບບເບົາໆ ໂດຍວາງນິ້ວຊີ້ໄວ້ເທິງປຸ່ມຫຼັກ ແລະ ນິ້ວໂປ້ວາງໄວ້ດ້ານຂ້າງ ເມື່ອຕ້ອງການເລື່ອນເມົາສ໌ໃຫ້ເລື່ອນໄປຊ້າໆ ໃນທິດທາງທີ່ຕ້ອງການ ຫ້າມໝຸນເມົາສ໌ແຕ່ໃຫ້ເມົາສ໌ຊີ້ໄປດ້ານໜ້າຫ່າງຈາກໂຕເຈົ້າ ເມື່ອເຈົ້າເລື່ອນເມົາສ໌ ຕົວຊີ້ (ເບິ່ງຮູບພາບ) ເທິງໜ້າຈໍຂອງເຈົ້າຈະເລື່ອນໄປໃນທິດທາງດຽວກັນ ຖ້າເຈົ້າບໍ່ມີທີ່ວ່າງພໍຈະເລື່ອນເມົາສ໌ເທິງໂຕະ ຫຼື ເທິງແຜ່ນຮອງເມົາສ໌ໃຫ້ຈັບເມົາສ໌ຂຶ້ນມາແລ້ວນຳມາວາງໃກ້ໂຕເຈົ້າຫຼາຍຂຶ້ນ. 

ไม่มีความคิดเห็น:

แสดงความคิดเห็น

ວິ​ທີ​ການ​ຟື້ນ​ຕົວ​ໄຟລ​໌​ເສຍ​ຫາຍ​ໃນ Windows 10​?

  ໄຟລ໌ແມ່ນພາກສ່ວນພື້ນຖານຂອງສະພາບແວດລ້ອມຂອງລະບົບປະຕິບັດການແລະພວກເຮົາສາມາດແຍກພວກມັນອອກເປັນສອງກຸ່ມໃຫຍ່: ຜູ້ທີ່ສອດຄ່ອງກັບຜູ້ໃຊ້ແລະລະບົບ. ທໍາອິດແ...